“ນັກຫລອກລວງຜ່ານການກຸສົນອາໃສສວຍໃຊ້ປະໂຫຍດຈາກບຸກຄົນທີ່ປາຖະຫນາບໍລິຈາກເງິນແກ່ຜູ້ຕ້ອງການແທ້ໆ. ກໍລະນີເຫລົ່ານີ້,ຄວາມເອື້ອເຟື້ອເພື່ອແຜ່ແລະຄວາມເມດຕາສົງສານຂອງຜູ້ເຄາະຮ້າຍແມ່ນຖືກເອົາປຽບ. ອາສະຍາກອນທັງຫຼາຍຈະລັກເອົາເງິນຂອງທ່ານໂດຍການວາງຕົວເປັນນັກການກຸສົນທີ່ແທ້ຈິງ. ບໍ່ພຽງແຕ່ອີເມວຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບເຫຼົ່ານີ້ ທີ່ສົ່ງຜົນກະທົບຕໍ່ເງິນເກັບສະສົມຂອງຜູ້ເຄາະຮ້າຍ, ແຕ່ພວກເຂົາຍັງໄດ້ບິດເບືອນເງິນບໍລິຈາກທີ່ຈຳເປັນຫລາຍ ໄປຈາກອົງການໃຈບຸນ ແລະສາເຫດທີ່ແທ້ຈິງອີກດ້ວຍ.
ນັກຫຼອງລວງຜ່ານການກຸສົນປອມຕ່າງໆ ມີໃຫ້ເຫັນຕະຫຼອດປີແລະມັກຈະອ້າງວ່າສະຫນັບສະຫນູນໄພພິບັດຫຼືເຫດການສຸກເສີນແທ້ເຊັ່ນ: ໄພນໍ້າຖ້ວມແລະແຜ່ນດິນໄຫວ. ສິ່ງນີ້ອາດຈະລວມເອົາການກຸສົນທີ່ດໍາເນີນການຄົ້ນຄວ້າທາງການແພດຫຼືສະຫນັບສະຫນູນຄົນເຈັບທີ່ເປັນພະຍາດແລະຄອບຄົວຂອງຄົນເຈັບເຫຼົ່ານັ້ນ. ອາຊະຍາກອນອາດຈະປອມຕົນເອງເປັນບຸກຄົນທີ່ຕ້ອງການ ການບໍລິຈາກເພື່ອແກ້ບັນຫາດ້ານສຸຂະພາບຫຼືຄວາມຕ້ອງການອື່ນໆ.
ໃນປະເທດສິງກະໂປ, ສາທາລະນະຊົນ ຕົກໃຈເມື່ອເວັບໄຊການກຸສົນ ທີ່ມີຊື່ສຽງແຫ່ງໜຶ່ງ ໄດ້ຖືກຕັ້ງສະຖານະຢ່າງຕໍ່ເນື່ອງວ່າເປັນການສົ່ງອີເມວເພື່ອຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບ. ເຈົ້າຫນ້າທີ່ລັດຖະບານໄດ້ເຕືອນປະຊາຊົນ ບໍ່ໃຫ້ມອບຂໍ້ມູນບັດເຄຣດິດແລະລາຍລະອຽດສ່ວນຕົວໃດໆໃຫ້ແກ່ຜູ້ແອບອ້າງ. ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫຼວງໃຫ້ແກ່ອົງການໃຈບຸນເປັນຮ້ອຍໆ ທີ່ມີຊື່ສຽງ ເພື່ອລະດົມທຶນ, ສ້າງຄວາມສົງໄສໃຫ້ແກ່ຜູ້ບໍລິຈາກ ແລະ ຜູ້ໃຫ້ບໍລິຈາກທີ່ໃຈບຸນທັງຫລາຍ. ການແຈ້ງເຕືອນການຫລອກລວງ ໄດ້ເກີດຂຶ້ນຫລັງຈາກໄດ້ຮັບເງິນບໍລິຈາກຫຼາຍທີ່ສຸດທີ່ເຄີຍບັນທຶກໄວ້ເມື່ອປີຜ່ານມາ.
ການກຸສົນປອມຕ່າງໆ ດໍາເນີນງານໃນຫລາຍວິທີທາງ. ອາຊະຍາອນອາດຈະສ້າງເວັບໄຊປອມທີ່ເບິ່ງຄືການກຸສົນແທ້ ໃນຂະນະທີ່ອາຊະຍາກອນອີກບາງຄົນຈະໂທຫາຫຼືອີເມວຫາຜູ້ເຄາະຮ້າຍເພື່ອຂໍບໍລິຈາກ. ອາຊະຍາກອນເຫຼົ່ານີ້ອາດຈະເຮັດໃຫ້ຜູ້ຄົນທີ່ເປັນເປົ້າຫມາຍຮູ້ສຶກກົດດັນ ຖ້າຫາກພວກເຂົາບໍ່ຢາກບໍລິຈາກ. ອາຊະຍາກອນອາດຈະຫຼິ້ນກັບຄວາມຮູ້ສຶກຂອງທ່ານໂດຍອ້າງວ່າຊ່ວຍເດັກນ້ອຍທີ່ເຈັບປ່ວຍ. ແລ້ວທ່ານເດປອດໄພບໍ່?
ສຶກສາຮຽນຮູ້ເພີ່ມເຕີມກ່ຽວກັບ ການຕົວະຍົວະຫຼອກລວງຕ່າງໆ, ການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງອອນລາຍ, ແລະການລັກຂໍ້ມູນບັດລະບຸຕົວຕົນ ໃນເຂດອາຊີຕາເວັນອອກສຽງໃຕ້ ກະລຸນາຢ້ຽມຢາມທີ່ UNODC website.
UNODC #KnowScam #BeAwareOfScams
https://www.unodc.org/roseap/uploads/documents/KnowScam/index.html“