
ປະກາດຮັບສະໝັກພະນັກງານ
ບໍລິສັດ ຊ່າງພິນິດ ເອັນຈີເນຍຣັ່ງ (2539) ຈຳກັດ ຫຼື ບໍລິສັດ CPE ໜ່ວຍງານຫົງສາ (ໂຄງການໄຟຟ້າຫົງສາ) ແຄ້ມພູໄຟ ບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ຜູ້ຮັບເໝົາເປີດໜ້າດິນ ແລະ ຂົນສົ່ງແຮ່ລິກໄນ ໃຫ້ກັບ
ບໍລິສັດ ໄຟຟ້າຫົງສາ ຈຳກັດ ຫຼື ບໍລິສັດ HPC
ມີຈຸດປະສົງຈະຮັບພະນັກງານໂດຍມີລາຍລະອຽດ ດັ່ງນີ້ :
ພະນັກງານຕຳແໜ່ງ
ຄົນຂັບລົດຂຸດ, ລົດເກດ, ລົດດ້າມ, ລົດແທັກເຕີ້, ລົດຕັກລໍ້ຢາງ
ຈໍານວນຫຼາຍອັດຕາ
ຄຸນນະສົມບັດຂອງຜູ້ສະໝັກ
ເພດ ຊາຍ ຫຼື ຍິງ
ອາຍຸ 20 – 35 ປີ
ວຸດທິການສຶກສາຈົບຊັ້ນປະຖົມສຶກສາຂື້ນໄປ
ມີໃບອະນຸຍາດຂັບຂີ່ຍານພາຫະນະປະເພດ A,B,C (ສະເພາະລົດດ້າມ)
ຫາກມີປະສົບການໃນງານທີ່ສະໝັກຈະໄດ້ຮັບການພິຈາລະນາເປັນພິເສດ
ຜົນຕອບແທນທີ່ຈະໄດ້ຮັບຫາກໄດ້ຮັບການຄັດເລືອກເປັນພະນັກງານບໍລິສັດ “ CPE “
- ເງິນເດືອນຕາມອັດຕາແລກຈ້າງຂອງ ບໍລິສັດເຊິ່ງຄິດເປັນເງິນບາດ ທີ່ສູງກວ່າຄ່າແຮງຂັ້ນຕໍ່າຫຼາຍເທົ່າ ແລະ ມີເບ້ຍລ້ຽງກະ OT
- ໄດ້ຮັບຄ່າສະຫວັດດີການອາຫານ 1,000 ບາດ/ເດືອນ
- ມີບ້ານພັກໃຫ້ກັບພະນັກງານທີ່ປະສົງເຂົ້າພັກອາໄສກັບບໍລິສັດ (ຫຼືຄ່ານໍ້າ, ຄ່າໄຟ)
- ມີລົດຮັບສົ່ງພະນັກງານມາເຮັດວຽກ – ສົ່ງກັບບ້ານ
- ມີການນໍາພະນັກງານເຂົ້າລະບົບປະກັນສັງຄົມ
- ໄດ້ຮັບເຄື່ອງແບບພະນັກງານ
- ມີການພັດທະນາຝຶກອົບຮົມໃຫ້ຄວາມຮູ້ກັບພະນັກງານຢ່າງເປັນລະບົບ
- ມີສະຫວັດດີການອື່ນໆອີກຢ່າງຫຼວງຫຼາຍ
ຜູ້ທີ່ສົນໃຈມາສະໝັກໄດ້ດ້ວຍຕົວເອງທີ່ ບໍລິສັດ “ CPE ” ຕັ້ງແຕ່ວັນທີ 08/04/2025 ເປັນຕົ້ນໄປ
ເອກະສານປະກອບການມາສະໝັກງານກັບ ບໍລິສັດ “ CPE ” ມີດັ່ງນີ້: - ເອກະສານສະໝັກງານຈາກຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫົງສາ
- ໃບຢັ້ງຢືນສຸຂະພາບຈາກໂຮງໝໍຂອງລັດ
- ໃບຢັ້ງຢືນກ່ຽວກັບສະຖານະພາບຂອງບຸກຄົນ (ໃບແຈ້ງໂທດ) ໃຫ້ເອົາຢູ່ແຂວງຂອງຕົນເອງຢູ່
- ສໍາເນົາສໍາມະໂນຄົວ ແລະ ສຳເນົາບັດປະຈໍາຕົວ
- ຮູບຖ່າຍຂະໜາດ 3X4 ຈໍານວນ 2 ແຜ່ນ
- ສໍາເນົາໃບຜ່ານງານ (ຖ້າມີ)
- ໃບຢັ້ງຢືນການກວດສານເສບຕິດ (ຈາກ ປກສ ໂຄງການ)
“ ຮ່ວມງານກັບພວກເຮົາ CPE HONGSA ລາຍໄດ້ດີ, ສະຫວັດດີການເດັ່ນ ມາຮ່ວມກ້າວໄປສູ່ຄວາມສໍາເລັດໄປດ້ວຍກັນ “
ສອບຖາມລາຍລະອຽດເພີ່ມເຕີມ
ນາງ ວິສຸດາ, ນາງ ຈັນເພັງ, ທ້າວ ບຸນປອນ ໂທ: 020 23742777
CHANGPINIT ENGINEERING (2539) CO., LTD. HONGSA SITE
Campufai Barmeunghan Hongsa District, Saiyabouly Province, Lao PDR
ບໍລິສັດ ຊ່າງພິນິດ ເອັນຈີເນຍຣິງ (2539) ຈຳກັດ ສາຂາທົ່ງສາ
ແຕ້ມພູໄຟ ບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ສປປ.ລາວ
ໂທ: (+856)20 23742777, (+856) 20 23743222,
Tel, (+856) 20 23742777: (+856) 20 23743222