ບໍລິສັດ ລາວນິດຊິນຂົນສົ່ງຈຳກັດປະກາດຮັບສະໝັກພະນັກງານແຈ້ງເອກະສານ/ແຈ້ງພາສີ

ບໍລິສັດ ລາວນິດຊິນຂົນສົ່ງຈຳກັດປະກາດຮັບສະໝັກພະນັກງານແຈ້ງເອກະສານ/ແຈ້ງພາສີ

ບໍລິສັດ ລາວນິດຊິນຂົນສົ່ງຈຳກັດ

🎉ປະກາດຮັບສະໝັກພະນັກງານ🎉

ຕຳແໜ່ງ: ພະນັກງານແຈ້ງເອກະສານ/ແຈ້ງພາສີ

📍ສະຖານທີ່ປະຈຳການ: ຕຶກອາຊຽນມໍ (ຫ້ອງ J8), ບ້ານໂພນທັນເໜືອ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

✅ໜ້າທີ່ຮັບຜິດຊອບ:

+ກະກຽມເອກະສານທີ່ກ່ຽວຂ້ອງສໍາລັບການແຈ້ງເອກະສານຜ່ານ ແດນ, ນໍາເຂົ້າ-ສົ່ງອອກ.

+ຈັດກຽມເອກະສານທີ່ຈຳເປັນໃນຂັ້ນຕອນການແຈ້ງພາສີນໍາເຂົ້າ-ສົ່ງອອກ

+ດໍາເນີນການແຈ້ງພາສີຢູ່ດ່ານພາສີ

+ປະຕິບັດວຽກ ແລະ ຫນ້າທີ່ ທີ່ກ່ຽວຂ້ອງກັບພະແນກການ ຕະຫຼາດ.

+ເຮັດເອກະສານຜ່ານລະບົບແຈ້ງພາສີ (ເຊັ່ນ ອາຊີກູດາ, ລະບົບ ພາສີປະຕູດຽວ) ສໍາລັບການແຈ້ງພາສີ

+ຊ່ວຍເຫຼືອທີມໃນການດໍາເນີນການຂົນສົ່ງສິນຄ້າຂອງລູກຄ້າ.

+ປະສານງານກັບທີມຕ່າງໆໃນອົງກອນ.

+ດໍາເນີນວຽກ ແລະ ລາຍງານໃຫ້ຜູ້ຈັດການພະແນກ.

+ແກ້ໄຂປັນຫາພື້ນຖານທີ່ເກີດຂຶ້ນໃນລະຫວ່າງການດໍາເນີນວຽກ

+ປະສານງານກັບພາກລັດ ແລະ ພາກເອກະຊົນທີ່ກ່ຽວຂ້ອງ

✅ຄຸນນະສົມບັດ

+ລະດັບການສຶກສາ ຊັ້ນສູງ, ປະລິນຍາຕີ

+ສາມາດສື່ສານ ອ່ານ, ຂຽນ, ພາສາອັງກິດໄດ້

+ສາມາດໃຊ້ໂປແກມຄອມພີວເຕີ້ໄດ້ (MS, Email)

+ມີທັກສະໃນການຄິດ ແລະ ແກ້ໄຂບັນຫາ

+ມີທັກສະໃນການສື່ສານ

📌ມີຄວາມຮູ້ກ່ຽວກັບລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງຈະ
ພິຈາລະນາເປັນພິເສດ

+ມີຄວາມກະຕືລືລົ້ນ

+ສາມາດເຮັດວຽກພາຍໃຕ້ການຊີ້ນໍາ ແລະ ເປັນທີມ

+ສາມາດຂັບລົດໄດ້ ແລະ ມີໃບຂັບຂີ່

✅ສະຫວັດດີການ

📌ເງິນເດືອນ

📌ຄ່ານໍ້າມັນທຽວວຽກ

📌ເງິນອຸດໜູນອື່ນໆ

📌ປະກັນສຸຂະພາບ

📌ເຄື່ອງແບບ

📌ໂບນັດ

📌ສະຫວັດດີການອື່ນໆ

ສາມາດສົ່ງໃບສະໝັກໄດ້ດັ່ງຕໍ່ໄປນີ້:

 📧info@laonissinsmt.com,

 ໂທ: 021 419 380,

 WhatsApp: 020 5553 4264

👉https://wa.me/8562055534264

🎉ເລີ່ມເປີດຮັບສະໝັກຕັ້ງແຕ່

25/07/2025 – 08/08/2025

Leave a Comment

Comments

No comments yet. Why don’t you start the discussion?

Leave a Reply

Your email address will not be published. Required fields are marked *