ບໍລິສັດ ຄູນລ໌ແຟຊັນເປີດຮັບສະໝັກເພື່ອນຮ່ວມງານ 2 ຕຳແໜ່ງ

ບໍລິສັດ ຄູນລ໌ແຟຊັນເປີດຮັບສະໝັກເພື່ອນຮ່ວມງານ 2 ຕຳແໜ່ງ

ບໍລິສັດ ຄູນລ໌ແຟຊັນ
ເປີດຮັບສະໝັກເພື່ອນຮ່ວມງານ 2 ຕຳແໜ່ງດັ່ງນີ້:
•ພະນັກງານຂາຍເພດຍິງ Full Time ຈຳນວນຫຼາຍ

  • ເງື່ອນໄຂຜູ້ສະໝັກ ພະນັກງານຂາຍ
  1. ເພດ ຍິງ ອາຍຸ 20 ປີ ຂຶ້ນໄປ
  2. ວຸດທິການສຶກສາຈົບຊັ້ນສູງຂຶ້ນໄປ ບໍ່ຈໍາກັດສາຂາຮຽນ
  3. ມີຄວາມດຸໝັ່ນຫ້າວຫັນ, ບຸກຄະລິກກະພາບດີ, ອົດທົນ, ຊື່ສັດ ແລະ ຍິ້ມແຍ້ມແຈ່ມໃສ
  4. ມີມະນຸດສໍາພັນດີ ແລະ ສາມາດເຮັດວຽກເປັນທີມໄດ້
  5. ສາມາດເຮັດວຽກ ເສົາ-ອາທິດ ໄດ້
  6. ມີຄວາມຮູ້ພື້ນຖານດ້ານຄອມພິວເຕີໂປຣແກຣມ Microsoft Office ໃນລະດັບດີ
  7. ມີຄວາມຮູ້ດ້ານພາສາຕ່າງປະເທດ ແລະ ປະສົບການການຂາຍຈະໄດ້ຮັບການພິຈາລະນາພິເສດ.
    •ພະນັກງານຄອນເທັນ Full Time
  • ເງື່ອນໄຂຜູ້ສະໝັກ ພະນັກງານຄອນເທັນ
  1. ເພດຍິງອາຍຸ 20 ຂື້ນໄປ
  2. ວຸດທິການສຶກສາຈົບຊັ້ນສູງຂື້ນໄປ ບໍ່ຈຳກັດສາຂາຮຽນ
    ສາມາດອອກຫນ້າກ້ອງ ໄລສົດນຳສະເໜີກ່ຽວກັບສິນຄ້າໄດ້
  3. ມີຄວາມຄິດສ້າງສັນໃນການສ້າງສັນເນື້ອຫາສຳລັບລົງໂຄສະນາ
    ສາມາດນຳໃຊ້ສື່ Social Media ແລະ ມີທັກສະດ້ານການສື່ສານເປັນຢ່າງດີ
  4. ມີຄວາມໜັ້ນໃຈໃນໂຕເອງ ກ້າສະແດງອອກພ້ອມທີ່ຈະຮຽນຮູ້ ແລະ ພັດທະນາຕົວເອງຢູ່ຕະຫຼອດ.
  5. ມີມະນຸດສຳພັນດີ, ອັດທະຍາໃສດີ, ບຸກຄະລິກກະພາບທີ່ດີ, ຍິ້ມແຍ້ມແຈ່ມໃສ, ເວົ້າຈາສຸພາບ.
  6. ຖ້າມີປະສົບການ ແລະ ສາມາດສື່ສານພາສາຕ່າງປະເທດ (ອັງກິດ, ຈີນ, ຫວຽດນາມ, ເກົາຫຼີ) ໄດ້ຈະພິຈາລະນາເປັນພິເສດ
    . ສະຫວັດດີການ
  • ເຮັດວຽກ 5 ມື້ຕໍ່ອາທິດ
  • ມີເງີນ OT ສຳລັບເຮັດວຽກນອກເວລາ
  • ມີປະກັນສັງຄົມໃຫ້
  • ມີວັນພັກປະຈຳປີໃຫ້
    -ມີຊຸດຢູນິຟອມສໍາລັບພະນັກງານ
    🔰 ເອກະສານປະກອບ
  • ສໍາເນົາສໍາມະໂນຄົວ + ບັດປະຈໍາໂຕ
  • ໃບຢັ້ງຢືນທີ່ຢູ່
  • ຮູບຂະໜາດ 3×4 ຈໍານວນ 1 ໃບ (ຕິດໃນໃບສະໝັກວຽກ)
  • ໃບປະກາດ + ໃບຄະແນນ
  • ໃບກວດສຸຂະພາບ + ໃບແຈ້ງໂທດ (ອາຍຸນໍາໃຊ້ບໍ່ເກີນ 3 ເດືອນ)
  • ໃບຜ່ານງານ (ຖ້າມີ)

👉 ສົນໃຈສະໝັກສາມາດຮັບແບບຟອມໄດ້ດັ່ງລຸ່ມນີ້:

  1. ກົດທີ່ Link: https://drive.google.com/file/d/1QjuAviLtsuYI0HVnML9gXRebl7d80zr9/view?usp=drive_link
  2. ສະແກນ QR code ໃນຮູບ
  3. ຮັບແບບຟອມໄດ້ຢູ່ທີ່ຮ້ານ MANGO Lao

ຍື່ນແບບຟອມສະໝັກໄດ້ທີ່ ຮ້ານ MANGO Lao
ສະຖານທີ່ 🌏 https://goo.gl/maps/VsuYGXtTmwCcjdXC8

‼ ເລີ່ມເປິດຮັບສະໝັກແລ້ວ​ຕັ້ງ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ

☎ສອບຖາມຂໍ້ມູນໂທ: 021 253 490 ແລະ 020 29577560

Leave a Comment

Comments

No comments yet. Why don’t you start the discussion?

Leave a Reply

Your email address will not be published. Required fields are marked *