
ບໍລິສັດ ເອເຊຍໂລຕັດ ປະເມີນມູນຄ່າຊັບສິນ ຈຳກັດ ຕ້ອງການຮັບສະໝັກພະນັກງານຫຼາຍຕຳແໜ່ງຢູ່ສຳນັກງານໃຫຍ່, ນະຄອນຫຼວງວຽງຈັນ:
- ການບັນຊີ ແລະ ບໍລິຫານ: ຈຳນວນ 1 ຕຳແໜ່ງ
- ຮັບຜິດຊອບວຽກງານການເງິນ, ການບັນຊີ
- ຕິດຕາມ ແລະ ບັນທຶກລາຍຮັບ-ລາຍຈ່າຍຂອງບໍລິສັດ
- ເພດຍິງ, ມີປະສົບການມາກ່ອນພີຈາລະນາພິເສດ.
- ເງິນເດືອນເລີ່ມຕົ້ນ 3,500,000-4,000,000 ຖ້າຜ່ານຊ່ວງທົດລອງວຽກຈະພິຈາລະນາປັບຂຶ້ນເງິນເດືອນຕາມຄວາມເຫມາະສົມ. ໄລຍະການທົດລອງວຽກ ແມ່ນ 1-3 ເດືອນ
- ພະນັກງານການຕະຫຼາດ: ຈໍານວນ 2 ຕໍາແໜ່ງ
- ປະສານງານຂະຫຍາຍການຕະຫຼາດ ແລະ ສົ່ງເສີມທຸລະກິດກັບຄູ່ຮ່ວມງານຂອງບໍລິສັດ
- ຄົ້ນຫາ ແລະ ສ້າງຄວາມສໍາພັນກັບຄູ່ຮ່ວມງານ ແລະ ລູກຄ້າໃຫມ່ຂອງບໍລິສັດ
- ກະກຽມໃບສະເໜີລາຄາ ແລະ ສັນຍາກັບບັນດາລູກຄ້າ, ທະນາຄານ
- ເພດຍິງ ແລະ ຊາຍ, ອາຍຸບໍ່ເກີນ 35 ປີ
- ເງິນເດືອນເລີ່ມຕົ້ນ 3,500,000-4,000,000 ມີເງິນ commission ຕ່າງຫາກ (ຂຶ້ນກັບຄວາມສາມາດຂອງພະນັກງານ) ຖ້າຜ່ານຊ່ວງທົດລອງວຽກຈະພິຈາລະນາປັບຂຶ້ນເງິນເດືອນຕາມຄວາມເຫມາະສົມ, ໄລຍະການທົດລອງວຽກ ແມ່ນ 1-3 ເດືອນ.
- ພະນັກງານປະເມີນມູນຄ່າຊັບສິນ: ຈໍານວນ ຫລາຍ ຕໍາແໜ່ງ
- ສໍາຫຼວດ, ຮຽນຮູ້ ແລະ ຄົ້ນຄ້ວາວິທີການປະເມີນມູນຄ່າ, ປະກອບບົດຢັ້ງຢືນລາຍງານການປະເມີນມູນຄ່າຊັບສິນໃຫ້ສອດຄ່ອງກັບລະບຽບການຂອງບໍລິສັດ.
- ເພດຊາຍ, ອາຍຸບໍ່ເກີນ 35 ປີ, ມີປະສົບການດ້ານການປະເມີນມູນຄ່າຊັບສິນ 1 ປີຂຶ້ນໄປ ຈະພິຈາລະນາພິເສດ .
- ເງິນເດືອນເລີ່ມຕົ້ນ 3,000,000-3,500,000 ຖ້າມີປະສົບການ 2-3 ປີຂຶ້ນໄປ ເລີ່ມຕົ້ນແມ່ນ 4,000,000-5,000,000
ນອກນັ້ນຍັງມີເງິນເປີເຊັນວຽກປະຈໍາເດືອນ ແລະ ເງິນອຸດຫນູນສໍາລັບອາຫານການກິນ, ນໍ້າມັນລົດ, ບັດໂທລະສັບ
ຖ້າຜ່ານຊ່ວງທົດລອງວຽກຈະພິຈາລະນາປັບຂຶ້ນເງິນເດືອນຕາມຄວາມເຫມາະສົມ ໄລຍະການທົດລອງວຽກ ແມ່ນ 1-3 ເດືອນ
- ຜູ້ບໍລິຫານດ້ານການຕະຫລາດ 1 ຕໍາແຫນ່ງ
- ມີປະສົບການດ້ານການຕະຫຼາດ ແລະ ອະສັງຫາລິມະຊັບ 2 ປີ ຂຶ້ນໄປ
- ມີປະສົບການໃນການໃຊ້ສື່ອອນໄລ ແລະ websiite ໄດ້ເປັນຢ່າງດີ ຈະພິຈາລະນາເປັນພິເສດ
- ເງິນເດືອນເລີ່ມຕົ້ນ 10,000,000 ກີບ ເງິນເດືອນແມ່ນຂຶ້ນຕາມປະສົບການ ແລະ ຄວາມສາມາດຂອງຜູ້ກ່ຽວ
- ພະນັກງານປະຈໍາສາຂາຫລວງພະບາງ 2 ຕໍາແຫນ່ງ
- ພະນັກງານບໍລິຫານ 1 ຕໍາແຫນ່ງ (ຄົນໃນພຶ້ນທີ່ຈະພິຈາລະນາເປັນພິເສດ)
- ພະນັກງານການຕະຫລາດ 1 ຕໍາແຫນ່ງ (ຄົນໃນພຶ້ນທີ່ຈະພິຈາລະນາເປັນພິເສດ)
- ເງິນເດືອນເລີ່ມຕົ້ນ 3,000,000-3,500,000 ຖ້າມີປະສົບການ 2-3 ປີຂຶ້ນໄປ ເລີ່ມຕົ້ນແມ່ນ 4,000,000-5,000,000
ສົນໃຈສະໝັກຕິດຕໍ່ພົວພັນໄດ້ທີ່ :
Email : thissamay.asialotus@gmail.com
Whatsapp : 020 2200 4001 Ms Thissamay
Email : waenwaen.asialotus@gmail.com
Whatsapp : 020 5425 2123 Ms Thipphaphone
Whatsapp : 020 5686 8888 Mr Somsy
